ການລວມທີ່ດິນ

ການລວມທີ່ດິນ ຫຼື ການດັດສົມທີ່ດິນເປັນແນວທາງປະຕິບັດໃນການລວມເອົາດິນຕອນທີ່ກະແຈກກະຈາຍເຂົ້າກັນເພື່ອການພັດທະນາຮ່ວມກັນ, ໂດຍເຈົ້າຂອງທີ່ດິນຈະໂອນທີ່ດິນສ່ວນໜຶ່ງໃຫ້ການນຳໃຊ້ສາທາລະນະ ເພື່ອສ້າງມູນຄ່າເພີ່ມ ແລະ ຄອບຄຸມຕົ້ນທຶນໃນການພັດທະນາ.

ຄຳອະທິບາຍ

ການລວມທີ່ດິນ ຫຼື ການດັດສົມທີ່ດິນເປັນແນວທາງປະຕິບັດໃນການລວມເອົາດິນຕອນທີ່ກະແຈກກະຈາຍເຂົ້າກັນ ເພື່ອການພັດທະນາຮ່ວມກັນ, ໂດຍເຈົ້າຂອງທີ່ດິນຈະໂອນທີ່ດິນສ່ວນໜຶ່ງໃຫ້ການນຳໃຊ້ສາທາລະນະ ເພື່ອສ້າງມູນຄ່າເພີ່ມ ແລະ ຄອບຄຸມຕົ້ນທຶນໃນການພັດທະນາ. ມັນມາພ້ອມກັບການປ່ຽນແປງໃນການແບ່ງເຂດ ຫຼື ກົດລະບຽບຄວາມ ໜາແໜ້ນທີ່ຜ່ອນຄາຍ ເພື່ອໃຫ້ທີ່ດິນທີ່ຖືກພັດທະນາໃໝ່ເກີດມີຄຸນຄ່າຫຼາຍຂຶ້ນ. ເຈົ້າຂອງທີ່ດິນຈະແບ່ງທີ່ດິນຂອງເຂົາເຈົ້າສໍາລັບໂຄງການພື້ນຖານໂຄງລ່າງ ແລະ ການບໍລິການສາທາລະນະ ເຊັ່ນ: ຖະໜົນນຫົນທາງສາທາລະນະ, ສາທາລະນຸປະໂພກ ແລະ ສວນສາທາລະນະ. ໃນທາງກົງກັນຂ້າມ, ເຂົາເຈົ້າຈະໄດ້ຮັບທີ່ດິນຕອນນ້ອຍທີ່ມີມູນຄ່າຫຼາຍກວ່າກັບຄືນມາເນື່ອງຈາກໄດ້ເຮັດການປັບປຸງ. ການລວມທີ່ດິນ ສາມາດລິເລີ່ມໄດ້ ໂດຍລັດຖະບານທ້ອງຖິ່ນ ຫຼື ເຈົ້າຂອງທີ່ດິນພາກເອກະຊົນ.

ເງື່ອນໄຂການເປີດໃຊ້ງານ ແລະ ການພິຈາລະນາທີ່ສຳຄັນ

  • ຮ່າງ​ກົດ​ໝາຍ​ທີ່​ຊັດເຈນ​ກ່ຽວ​ກັບ​ການຈັດສັນທີ່ດິນ. ຄວາມ​ສຳຄັນ​ຂອງ​ການອອກກົດໝາຍ​ພິ​ເສດ​ກ່ຽວ​ກັບ​ການຈັດສັນທີ່​ດິນ​ເຊິ່ງ​ບໍ່​ພຽງ​ແຕ່​ກຳນົດ​ລະບຽບ​ການ​ເທົ່າ​ນັ້ນ, ແຕ່​ຍັງເຮັດໜ້າທີ່​ເປັນ​ກົນ​ໄກ​ທີ່ສຳຄັນໃນການຮ່ວມ​ມື​ລະຫວ່າງ​ລັດຖະບານ​ ແລະ ​ເຈົ້າ​ຂອງ​ທີ່​ດິນ​ອີກ​ດ້ວຍ. ຂອບ​ເຂດການເຮັດວຽກ​ຄວນ​ກຳນົດ​ສະຖານະ​ການ​ທີ່​ສາມາດ​ດໍາເນີນການຈັດສັນທີ່ດິນໄດ້, ອຳນາດ​ທີ່ໄດ້ຮັບຈາກອຳນາດການ​ປົກຄອງ​ທ້ອງ​ຖິ່ນ​ໃນ​ການ​ຕັດສິນ​ໃຈ​ກ່ຽວ​ກັບ​ການ​ຈັດສັນ​ທີ່​ດິນ, ສິດ ​ແລະ ພັນທະ​ຂອງ​ເຈົ້າ​ຂອງ​ທີ່​ເຂົ້າ​ຮ່ວມ​ໂຄງການ​ຈັດສັນທີ່​ດິນ ​ແລະ ການ​ປະຕິບັດ​ຕໍ່​​ກຸ່ມ​ທີ່​ຄັດຄ້ານ​ໂຄງການໃນການ​ຈັດແບ່ງທີ່ດິນ.
  • ກໍານົດ​ກົນ​ໄກ​ໃນການຮັບ​ມູນ​ຄ່າ​ຈາກ​ການຈັດສັນທີ່ດິນ. ແນວທາງ ຫຼື ກົນໄກທີ່ຊັດເຈນທີ່ຄວບຄຸມວິທີການຄິດໄລ່ ແລະ ແຈກຢາຍຜົນກໍາໄລ່ທີ່ເກີດຈາກການຈັດສັນທີ່ດິນແມ່ນມີຄວາມສຳຄັນຢ່າງຍິ່ງເພື່ອຫຼຸດຜ່ອນການຂັດແຍ້ງລະຫວ່າງເຈົ້າຂອງທີ່ດິນ ແລະ ຜູ້ພັດທະນາ (ລວມທັງໜ່ວຍງານສາທາລະນະ). ໂດຍສະເພາະ, ວິທີການເພີ່ມມູນຄ່າທີ່ດິນຍ້ອນການຫັນເປັນຕົວເມືອງ ຫຼື ການພັດທະນາແມ່ນຈະຕ້ອງໄດ້ກໍານົດຢ່າງຊັດເຈນ.
  • ກົນໄກການແກ້​ໄຂ​ຂໍ້​ຂັດ​ແຍ່ງ ຫຼື​ ການ​ຮ້ອງທຸກທີ່ຊັດເຈນ. ຕ້ອງມີກົນໄກການແກ້ໄຂຄໍາຮ້ອງທຸກທີ່ມີປະສິດທິພາບ ແລະ ໜ້າເຊື່ອຖືໄດ້ເຊິ່ງກໍານົດວິທີການທີ່ຊັດເຈນສໍາລັບເຈົ້າຂອງທີ່ດິນໃນການຮ້ອງຮຽນ ແລະ ການຄັດຄ້ານໂຄງການ. ຍົກຕົວຢ່າງເຊັ່ນ: ໃນປະເທດຍີ່ປຸ່ນ, ຂະບວນການນີ້ແມ່ນຈະໄດ້ຜ່ານຂັ້ນຕອນພາຍໃຕ້ກົດໝາຍແຍກຕ່າງຫາກ, ນັ້ນແມ່ນກົດໝາຍວ່າດ້ວຍການສືບສວນເລື່ອງການຮ້ອງຮຽນທາງດ້ານການປົກຄອງ ເຊິ່ງລວມເຖິງຂັ້ນຕອນການຮ້ອງຮຽນ ແລະ ການອຸທອນອີກດ້ວຍ. ໃນປະເທດເຢຍລະມັນ, ເຈົ້າຂອງທີ່ດິນສາມາດແຈ້ງຄວາມກັງວົນ ຫຼື ຄໍາຮ້ອງທຸກຕໍ່ກັບເຈົ້າໜ້າທີ່ຂອງໂຄງການ ແລະ ຖ້າວ່າບໍ່ພໍໃຈກັບການຕັດສິນຂອງເຈົ້າໜ້າທີ່ດັ່ງກ່າວ, ກໍ່ສາມາດເຂົ້າຫາສານພິເສດເພື່ອແກ້ໄຂຂໍ້ຮ້ອງທຸກໄດ້.
  • ກົດລະບຽບການແບ່ງເຂດທີ່ດິນຢ່າງເຂັ້ມງວດມີຄວາມສໍາຄັນຢ່າງຍິ່ງເພື່ອຫຼີກເວັ້ນການນໍາໃຊ້ທີ່ດິນທີ່ບໍ່ເໝາະສົມ. ລະບຽບ​ການ​ແບ່ງ​ເຂດ​ທີ່ດິນ​ຈະຕ້ອງ​ໄດ້​ຮັບ​ການ​ກຳນົດ​ຢ່າງ​ຊັດເຈນ ​ແລະ ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ ​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ບັນດາ​ນັກ​ພັດທະນາ​ເອກະ​ຊົນ​ເອົາ​ທີ່ດິນ​ໄປ​ພັດທະນາ​ທີ່​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມຂອງພວກເຂົາ.

ສິ່ງທ້າທາຍທີ່ອາດຈະເກີດຂຶ້ນ

  • ການຂາດປະສົບການຂອງພະນັກງານລັດ.ເຈົ້າໜ້າທີ່ຂອງລັດຖະບານອາດຈະມີປະສົບການຈໍາກັດໃນການຮ່າງກົດໝາຍວ່າດ້ວຍການຈັດສັນທີ່ດິນທີ່ເຂັ້ມງວດ ແລະ ການຈັດຕັ້ງປະຕິບັດແຜນການດັ່ງກ່າວ. ການຈັດ​ຕັ້ງ​ປະຕິບັດ​ໂຄງ​ການຈັດສັນທີ່ດິນ​ໃຫ້​ປະສົບ​ຜົນສຳ​ເລັດ​ຕ້ອງ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ກົດລະບຽບ​ການ​ນຳ​ໃຊ້​ທີ່​ດິນ, ນະ​ໂຍບາຍ​ການ​ລົງທຶນ, ການ​ສ້າງ​ກອບ​ກົດໝາຍ, ​ໂຄງ​ປະກອບ​ການ​ຂຶ້ນງົບປະມານ ​ແລະ ການ​ກຳກັບດູແລ, ​ເຊັ່ນ​ດຽວ​ກັນ​ກັບ​ສະພາບ​ການ​ທ້ອງ​ຖິ່ນ ​ແລະ ຮີດຄອງ​ປະ​ເພນີ​ທີ່​ມີ​ຮາກ​ຖານ​ກ່ຽວ​ກັບ​ສິດທິໃນ​ທີ່​ດິນ.
  • ບໍ່ກວມເອົາຄ່າໃຊ້ຈ່າຍຂອງໂຄງສ້າງພື້ນຖານ. ວິທີການຈັດສັນທີ່ດິນກວມເອົາຄ່າໃຊ້ຈ່າຍຂອງທີ່ດິນແຕ່ບໍ່ແມ່ນຄ່າໃຊ້ຈ່າຍໃນການກໍ່ສ້າງພື້ນຖານໂຄງລ່າງ. ກ່ອນທີ່ຈະຈັດຕັ້ງປະຕິບັດ, ເປັນສິ່ງສຳຄັນທີ່ຈະຕ້ອງຮັບປະກັນວ່າແຫຼ່ງການເງິນພຽງພໍສຳລັບຄ່າໃຊ້ຈ່າຍການບໍລິຫານ, ການຈັດຕັ້ງປະຕິບັດ ແລະ ຄ່າໃຊ້ຈ່າຍໃນການກໍ່ສ້າງ ແລະ ອາດຈະຕ້ອງມີແຫຼ່ງເງິນທືນອື່ນໆ.
  • ຄວາມຫຍຸ້ງຍາກໃນການຊື້ທີ່ດິນຈາກເຈົ້າຂອງດິນອາດຈະເຮັດໃຫ້ການພັດທະນາຊັກຊ້າ. ເຈົ້າຂອງທີ່ດິນອາດຈະບໍ່ໝັ້ນໃຈໃນຜົນປະໂຫຍດຂອງການພັດທະນາ ແລະ ສາມາດຄັດຄ້ານການປະຕິບັດການໃນການຈັດສັນທີ່ດິນເຊິ່ງເກີດຈາກຂໍ້ຜິດພາດທີ່ຍາວນານເຊິ່ງອາດຈະໃຊ້ຊັບພະຍາກອນ ແລະ ເຮັດໃຫ້ການພັດທະນາພື້ນຖານໂຄງລ່າງຢຸດຊະງັກ.

ຜົນປະໂຫຍດທີ່ອາດເກີດຂຶ້ນ

  • ອາດຈະເປັນວິທີການຊື້ທີ່ດິນໃນລາຄາບໍ່ແພງ. ຖ້າວ່າດໍາເນີນການໄດ້ເປັນຢ່າງດີ, ການຈັດສັນທີ່ດິນຈະເຮັດໃຫ້ສາມາດຊື້ທີ່ດິນສໍາຄັນເພື່ອການພັດທະນາໄດ້ໃນລາຄາທີ່ບໍ່ແພງໂດຍທີ່ລັດຖະບານບໍ່ຈຳເປັນຕ້ອງເຈລະຈາເພື່ອຊື້ທີ່ດິນເຊິ່ງອາດຈະມີຄ່າໃຊ້ຈ່າຍສູງ ແລະ ຍືດເຍື້ອ ຖ້າວ່າເຈົ້າຂອງເດີມບໍ່ເຫັນດີກັບລາຄາ ຫຼື ບໍ່ຢາກຈະຍ້າຍອອກ.
  • ການຍົກຍ້າຍຂອງຊຸມຊົນທີ່ມີຢູ່ແລ້ວສາມາດຖືກຈໍາກັດ. ການຈັດສັນທີ່ດິນສາມາດຊ່ວຍໃຫ້ມີການປັບປຸງທີ່ດິນໄດ້ໂດຍບໍ່ຕ້ອງມີການໂຍກຍ້າຍຊຸມຊົນອອກຈາກທີ່ມີຢູ່ແລ້ວຍ້ອນວ່າທີ່ດິນຈະຖືກສົ່ງຄືນໃຫ້ເຈົ້າຂອງທີ່ດິນໃນປະຈຸບັນ.
  • ຄ່າໃຊ້ຈ່າຍ ແລະ ຜົນປະໂຫຍດແມ່ນຖືກແບ່ງປັນລະຫວ່າງຜູ້ມີສ່ວນຮ່ວມ. ຄ່າໃຊ້ຈ່າຍ ແລະ ຜົນປະໂຫຍດຂອງການພັດທະນາແມ່ນຖືກແບ່ງປັນລະຫວ່າງລັດຖະບານ, ປະຊາຊົນ ແລະ ເຈົ້າຂອງທີ່ດິນຍ້ອນວ່າລັດຖະບານບໍ່ຈໍາເປັນຕ້ອງຊື້ທີ່ດິນ.

ແຫຼ່ງຂໍ້ມູນ/ຂໍ້ມູນຂ່າວສານເພີ່ມເຕີມ

Case Study

Scroll to Top