ສ້າງ-ດໍາເນີນການ-ໂອນ (BOT)

ສ້າງ-ດໍາເນີນການ-ໂອນ (BOT) ເປັນປະເພດຂອງຮູບແບບໜຶ່ງຂອງການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ (PPP) ເຊິ່ງຜູ້ໃຫ້ທຶນຈາກພາກລັດໃຫ້ສິດທິແກ່ບໍລິສັດເອກະຊົນໃນການພັດທະນາ ແລະ ດໍາເນີນການສິ່ງອໍານວຍຄວາມສະດວກ ຫຼື ລະບົບໃນຊ່ວງໄລຍະເວລາຂອງໂຄງການ.

Instrument Category

Other ınstruments ın the same Category

Relevant case study

Explanation of Build Operate Transfer model. Available at: https://www.wallstreetmojo.com/buildoperate-transfer

ຄຳອະທິບາຍ

ຫ່າງຫຸ້ນສ່ວນເອກະຊົນສາທາລະນະ (PPP) ແມ່ນສັນຍາໄລຍະຍາວລະຫວ່າງໜ່ວຍງານຂອງລັດຖະບານ ແລະ ເອກະຊົນ ໃນການໃຫ້ບໍລິການ ຫຼື ຊັບສິນ, ທີ່ເປັນຜົນປະໂຫຍດຕໍ່ສາທາລະນະໂດຍທີ່ພາກສ່ວນເອກະຊົນຕ້ອງແບກຮັບຄວາມສ່ຽງ ແລະ ຄວາມຮັບ ຜິດຊອບບາງຢ່າງຕໍ່ສາທາລະນະ. PPPs ສາມາດດຶງດູດລັດຖະບານໄດ້ເນື່ອງຈາກວ່າຍັງສາມາດໂອນຄ່າໃຊ້ຈ່າຍລ່ວງໜ້າໃຫ້ກັບຄູ່ຮ່ວມ ງານພາກເອກະຊົນ,ໃຊ້ປະໂຫຍດຈາກຄວາມຊໍານານພາຍນອກ ແລະ ເປີດທາງເລືອກທາງດ້ານການເງິນໃໝ່.

ການສ້າງ-ດໍາເນີນການ-ໂອນ (BOT) ເປັນແບບຈໍາລອງ PPP ປະເພດໜຶ່ງທີ່ຜູ້ໃຫ້ທຶນພາກລັດໃຫ້ສິດແກ່ບໍລິສັດເອກະຊົນໃນການພັດ ທະນາ ແລະ ດໍາເນີນສິ່ງອໍານວຍຄວາມສະດວກ ຫຼື ລະບົບສໍາລັບໄລຍະເວລາຂອງໂຄງການໃນສິ່ງທີ່ຈະເປັນໂຄງການທີ່ພັດທະນາ ແລະ ດໍາເນີນການແບບສົມບູນໂດຍພາກລັດຕັ້ງແຕ່ເລີ່ມຕົ້ນ. ຜູ້ດໍາເນີນການພາກເອກະຊົນໃຫ້ທຶນ, ເປັນເຈົ້າຂອງ ແລະ ສ້າງສິ່ງອໍານວຍຄວາມ ສະດວກ ຫຼື ລະບົບ ແລະ ດຳເນີນທຸລະກິດຕາມໄລຍະເວລາຂອງໂຄງການ, ຫຼັງຈາກນັ້ນສິ່ງອໍານວຍຄວາມສະດວກຈະຖືກໂອນໃຫ້ ແກ່ລັດຖະບານ. ໂດຍທົ່ວໄປແລ້ວຜູ້ປະກອບການຈະໄດ້ຮັບລາຍໄດ້ຜ່ານຄ່າທຳນຽມທີ່ເກັບຈາກສາທາລະນູປະໂພກ/ລັດຖະບານ, ແທນທີ່ຈະ ເກັບພາສີທີ່ເກັບຈາກຜູ້ບໍລິໂພກ.

ຮູບແບບ BOT ເປັນສັນຍາຕາມຜົນຮັບທີ່ຜູ້ຮັບເໝົາມີໜ້າທີ່ຮັບຜິດຊອບໃນການຕອບສະໜອງຜົນໄດ້ຮັບຕາມສັນຍາ. ໂດຍທົ່ວໄປແລ້ວ BOT ມັກຈະເປັນສັນຍາໄລຍະຍາວທີ່ມີໄລຍະເວລາດໍາເນີນການ 20-30 ປີ. ໂດຍປົກກະຕິສັນຍາ BOT ແມ່ນເໝາະສົມສໍາລັບໂຄງການຂະໜາດໃຫຍ່ທີ່ກໍາລັງເຕີບໂຕ. ໂດຍປົກກະຕິແລ້ວຈະໃຊ້ເພື່ອພັດທະນາຊັບສິນທີ່ບໍ່ຕໍ່ເນື່ອງ (ເຊັ່ນ: ຖະໜົນ ທີ່ເກັບຄ່າຜ່ານທາງ) ແທນທີ່ຈະໃຊ້ໃນເຄືອຂ່າຍທັງໝົດ (ເຊັ່ນ: ເຄືອຂ່າຍການຂົນສົ່ງທັງໝົດ).

ເງື່ອນໄຂການເປີດໃຊ້ງານ ແລະ ການພິຈາລະນາທີ່ສຳຄັນ

  • ຂອບກົດໝາຍ ແລະ ລະບຽບການສຳລັບ PPPs. ສະພາບແວດລ້ອມທາງດ້ານກົດໝາຍ ແລະ ລະບຽບການທີ່ເຂັ້ມແຂງໃນ ປະເທດຂອງໂຄງການເປັນສິ່ງສຳຄັນສໍາລັບການຈັດໂຄງສ້າງຂອງໂຄງການ PPP ລວມທັງໂຄງການ BOT. ໂຄງ​ການ​ນີ້​ຄວນ​ກຳ​ນົດ​ສິດ​ທິໃນການ​ລົງ​ທຶນ​ຂອງ​ພາກ​ເອ​ກະ​ຊົນ, ຮັບ​ປະ​ກັນ​ການ​ຈັດ​ຊື້​ຢ່າງ​ໂປ່​ງ​ໃສ, ຮ່າງ​ຂະ​ບວນ​ການອະນຸຍາດຈາກຕຸລາການ​ ແລະ ​ສ້າງ​ມາດ​ຕະ​ການ​ສຳ​ລັບ​ການ​ລົ້ມ​ລະ​ລາຍ/ການ​ຜິດນັດຊຳ​ລະ​ເງິນ. ການ​ກຳນົດຄວາມ​ສາມາດດ້ານ​ການ​ບັງຄັບ​ໃຊ້​ຢ່າງຊັດເຈນ​ລະຫວ່າງ​ບັນດາ​ສະ​ຖາ​ບັນ​ຕ່າງໆຄືສິ່ງທີ່ຈຳເປັນ. ລະບຽບການກໍາກັບດູແລບໍ່ພຽງແຕ່ສ້າງໂອກາດທາງທຸລະກິດສໍາລັບນັກລົງທຶນເອກະຊົນເທົ່ານັ້ນ, ແຕ່ວ່າຍັງມີອິດທິພົນຕໍ່ຄວາມໄວຂອງການເຮັດທຸລະກໍາ, ການຕັດສິນໃຈເລື່ອງລາຄາ ແລະ ຄວາມແນ່ນອນທາງດ້ານກົດໝາຍໃນ ການຈັດການຕາມສັນຍາ ແລະ ຫຼັກການໃນການບັງຄັບໃຊ້ກົດໝາຍ.
  • ຄວາມຊ່ຽວຊານຂອງພາກລັດໃນການອອກແບບ ແລະ ການຈັດຕັ້ງປະຕິບັດ. ການດໍາເນີນການ PPP ໃຫ້ປະສົບຜົນສໍາເລັດແມ່ນ ຕ້ອງອີງໃສ່ກອບຂອງການເຮັດວຽກຂອງສະຖາບັນທີ່ມີປະສິດທິພາບເຊິ່ງແບ່ງພາລະບົດບາດ ແລະ ຄວາມຮັບຜິດຊອບລະຫວ່າງ ກະຊວງ ແລະ ໜ່ວຍງານປະສານງານຢ່າງຊັດເຈນ. ສິ່ງນີ້ຈະຊ່ວຍເພີ່ມປະສິດທິພາບ ແລະ ຮັບປະກັນການ​ບັງຄັບໃຊ້​ຂໍ້​ຕົກລົງ PPP ຢ່າງ​ມີ​ປະສິດທິ​ຜົນ, ຊຸກຍູ້ສົ່ງເສີມຄວາມສໍາເລັດໂດຍການ​​ຮ່ວມ​ມື​ລະຫວ່າງ​ພາກ​ລັດ ​ແລະ ​ພາກເອກະ​ຊົນ​ໃຫ້​ມີ​ຄວາມ​ໝັ້ນຄົງ. ຄວາມ ສາມາດຂອງພາກລັດມີຄວາມສຳຄັນເປັນພິເສດໃນໂຄງການ BOT ທີ່ລັດຖະບານດຳເນີນຂະບວນການປະມູນທີ່ແຂ່ງຂັນໄດ້ເພື່ອກຳ ນົດຜູ້ປະກອບການພາກເອກະຊົນທີ່ ເໝາະສົມໂດຍພິຈາລະນາຈາກປັດໃຈຕ່າງໆເຊັ່ນ: ປະສົບການ, ຄວາມສາມາດທາງດ້ານເຕັກນິກ ວິຊາການ ແລະ ຄວາມສາມາດທາງການເງິນ.
  • ຜູ້ໃຫ້ບໍລິການພາກເອກະຊົນທີ່ມີຄວາມສາມາດ. PPP ຈະປະສົບຜົນສໍາເລັດກໍຕໍ່ເມື່ອຖ້າພາກເອກະຊົນມີ ຄວາມສາມາດ ໃນການ ເພີ່ມມູນຄ່າໃຫ້ກັບການບໍລິການສາທາລະນະ. ສະນັ້ນ, PPP ຈຶ່ງຄວນໃຊ້ສະເພາະກັບໂຄງການທີ່ພາກເອກະຊົນມີຄວາມສາມາດຕາມ ມາດຕະຖານການບໍລິການທີ່ລັດຖະບານ ຫຼື ປະຊາຊົນກໍານົດເທົ່ານັ້ນ. ສິ່ງນີ້ມີຄວາມສໍາຄັນຢ່າງຍິ່ງໃນຮູບແບບ BOT ທີ່ພາກເອກະຊົນ ມີໜ້າທີ່ຮັບຜິດຊອບໃນການສະໜອງເງິນທຶນໃນການກໍ່ສ້າງ ແລະ ການດໍາເນີນງານຂອງຊັບສິນ ແລະ ເຮັດໃຫ້ສາມາດນໍາໄປໃຊ້ ເປັນການຄ້າ. ເຖິງແມ່ນວ່າລັດຖະບານຈະເປັນລູກຄ້າຕົ້ນຕໍໃນການຈ່າຍເງິນຄ່າບໍລິການສາທາລະນະ, ແຕ່ຄວາມເປັນໄປໄດ້ທາງການ ຄ້າຂອງໂຄງການ BOT ແມ່ນເປັນສິ່ງຈໍາເປັນສໍາລັບຜູ້ປະກອບການພາກເອກະຊົນທີ່ຈະປະຕິບັດພັນທະທາງດ້ານການເງິນ, ດຶງດູດ ການລົງທຶນ ແລະ ຄຸ້ມຄອງຄວາມສ່ຽງຢ່າງມີປະສິດທິພາບ, ເຊິ່ງຈະເຮັດໃຫ້ປະສົບຜົນສໍາເລັດ ແລະ ຍືນຍົງໃນການສົ່ງມອບການ​ບໍ​ລິ​ການ​.

ສິ່ງທ້າທາຍທີ່ອາດຈະເກີດຂຶ້ນ

  • ຂາດ​ຄວາມ​ສາມາດ​ຂອງ​ພາກ​ລັດ​ໃນ​ການປະຕິບັດ​ຂອບ​ເຂດ PPP. ຄວາມສາມາດຂອງພາກລັດທີ່ບໍ່ພຽງພໍໃນການສ້າງນະໂຍບາຍ ແລະ ການຄຸ້ມຄອງລະບຽບການອາດຈະເປັນອຸປະສັກຕໍ່ການສ້າງກອບກົດໝາຍ/ລະບຽບການ PPP ທີ່ເຂັ້ມແຂງ ແລະ ຂັດຂວາງການ ມີສ່ວນຮ່ວມຂອງພາກເອກະຊົນ. ນອກຈາກນັ້ນ, ຄວາມສາມາດຂອງພາກລັດທີ່ຈໍາກັດໃນການວາງແຜນ ແລະ ການຄຸ້ມຄອງໂຄງການ PPP ອາດຈະສົ່ງຜົນໃຫ້ສັນຍາມີໂຄງສ້າງບໍ່ດີ, ການຈັດສັນຄວາມສ່ຽງທີ່ບໍ່ຊັດເຈນ ແລະ ການດຶງດູດຂອງນັກລົງທຶນເອກະຊົນຫຼຸດລົງ. ໂດຍສະເພາະແມ່ນໂຄງການ BOT ຕ້ອງການຄວາມຊ່ຽວຊານ ແລະ ການຄວບຄຸມລະດັບສູງຈາກພາກລັດ ເຊັ່ນ: ການພັດທະນາ ແລະ ການບັງຄັບໃຊ້ຂັ້ນຕອນການປະມູນ ແລະ ການປະເມີນຜົນທີ່ໂປ່ງໃສ ແລະ ຍຸດຕິທໍາຕະຫຼອດຮອດການແກ້ໄຂຂໍ້ຂັດແຍ່ງທີ່ ອາດຈະເກີດຂຶ້ນໃນລະຫວ່າງການດໍາເນີນການເພື່ອໃຫ້ໝັ້ນໃຈໄດ້ເຕັມຮູບແບບຜົນປະໂຫຍດຂອງ BOT. ຍ້ອນວ່າໂຄງການ BOT ມີສ່ວນກ່ຽວຂ້ອງກັັບຫຼາຍຝ່າຍ, ຈຶ່ງຈໍາເປັນຕ້ອງມີສັນຍາທີ່ເຊື່ອມໂຍງກັນທີ່ເຂັ້ມງວດ ແລະ ມີການຄຸ້ມຄອງດ້ານກົດລະບຽບ ຢ່າງຮອບຄອບເພື່ອປົກປ້ອງຜົນປະໂຫຍດທາງສາທາລະນະ, ເຊິ່ງອາດເປັນສິ່ງທ້າທາຍໃນການປະຕິບັດ ແລະ ຕິດຕາມກວດກາ ຢ່າງມີປະສິດທິພາບ.
  • ຂາດຄວາມສາມາດ ແລະ ການມີສ່ວນຮ່ວມທີ່ຈຳກັດຂອງພາກເອກະຊົນ. ຄວາມສາມາດທີ່ຈໍາກັດພາຍໃນພາກເອກະຊົນອາດຈະເຮັດ ໃຫ້ເກີດສິ່ງທ້າທາຍສໍາລັບຜູ້ຮັບເໝົາໃນການປະຕິບັດຕາມລະບຽບກົດໝາຍ ແລະ ຂໍ້ກໍານົດກົດລະບຽບນໍາໄປສູ່ການຢຸດສະງັກ ແລະ ການດໍາເນີນການຂອງໂຄງການຊັກຊ້າ.ບັນຫານີ້ແມ່ນມີຄວາມສໍາຄັນໃນສະເພາະໃນຮູບແບບ BOT ເຊິ່ງຜູ້ປະກອບການທີ່ເບິ່ງແຍງ ວົງຈອນຂອງໂຄງການທັງໝົດອາດຈະບໍ່ສາມາດປະຕິບັດຕາມພັນທະສັນຍາ ແລະ ກົດລະບຽບຕາມສັນຍາ ແລະ ເຮັດໃຫ້ການກໍ່ສ້າງ ແລະ ການດໍາເນີນງານຂອງສາທາລະນຸປະໂພກ/ສິ່ງອໍານວຍຄວາມສະດວກຊັກຊ້າ. ນອກຈາກນີ້, ການໃຊ້ເງິນທຶນຈໍານວນຫຼາຍ ແລະ ໄລຍະເວລາທີ່ຍາວນານໃນການສ້າງ ຜົນຕອບແທນໃນໂຄງການຂອງ BOT ຍັງເຮັດໃຫ້ເກີດຄວາມສ່ຽງສູງສໍາລັບນັກລົງທຶນ ເອກະຊົນ. ຂໍ້ມູນການຮັບຮູ້ໂປຣໄຟລທີມີຄວາມສ່ຽງສູງອາດຈະເຮັດໃຫ້ນັກລົງທຶນພາກເອກະຊົນມີຄວາມສົນໃຈຈໍາກັດ, ເຊິ່ງອາດ ນໍາໄປສູ່ການຫຼຸດລົງຂອງຄູ່ຮ່ວມງານທີ່ມີຄວາມສາມາດສໍາລັບໂຄງການ BOT.
  • ຄວາມສ່ຽງຈາກການຢຸດສະງັກຂອງການບໍລິການທີ່ອາດຈະເກີດຂຶ້ນ. ຖ້າວ່າຜູ້ຮັບເໝົາປະເຊີນກັບຄວາມທ້າທາຍທາງດ້ານການເງິນໃນລະຫວ່າງການເຮັດສັນຍາ, ຄວາມຕໍ່ເນື່ອງຂອງການບໍລິການອາດຈະຖືກກະທົບຖ້າວ່າລັດຖະບານ ຫຼື ຜູ້ໃຫ້ບໍລິການເອກະຊົນອື່ນໆບໍ່ສາມາດເຂົ້າມາຮັບຊ່ວງຕໍ່ ແລະ ສືບຕໍ່ໃຫ້ບໍລິການຕໍ່ໄປໄດ້. ຄວາມທ້າທາຍນີ້ແມ່ນມີຄວາມກ່ຽວຂ້ອງເປັນພິເສດສໍາລັບໂຄງການ BOT ເຊິ່ງມີຄ່າໃຊ້ຈ່າຍສູງ ໃນການປ່ຽນແປງຜູ້ປະຕິບັດການເນື່ອງຈາກລັກສະນະການໂອນຄວາມຮັບຜິດຊອບທີ່ສະຫຼັບຊັບຊ້ອນ ແລະ ຄວາມຊັບຊ້ອນທາງດ້ານ ກົດໝາຍທີ່ອາດຈະເກີດຂຶ້ນ.
  • ຄວາມສ່ຽງຕໍ່ການສູນເສຍການຄວບຄຸມໃນໄລຍະຂັ້ນຕອນການປະຕິບັດງານ. ລັດຖະບານອາດຈະປະສົບກັບລະດັບອໍານາດຂອງການຄວບຄຸມ ແລະ ການຕັດສິນໃຈຫຼຸດລົງໃນໄລຍະຂັ້ນຕອນການດໍາເນີນງານຍ້ອນ ວ່າຜູ້ປະກອບການພາກເອກະຊົນເປັນຜູ້ເບິ່ງແຍງຂະບວນການປະຈໍາວັນ.

ຜົນປະໂຫຍດທີ່ອາດຈະເກີດຂຶ້ນ

  • ຄວາມສາມາດໃນການປະຢັດຕົ້ນທຶນ. ຜູ້ຮັບເໝົາພາກເອກະຊົນ, ທີ່ໄດ້ຮັບມອບໝາຍໃຫ້ດູແລຂັ້ນຕອນຕ່າງໆຂອງໂຄງການໃນການ ອອກແບບ, ກໍ່ສ້າງ, ການບຳລຸງຮັກສາ ແລະ ການດຳເນີນງານໄດ້ຮັບການຈູງໃຈໃຫ້ປັບປຸງຕົ້ນທຶນຕະຫຼອດອາຍຸການໃຊ້ງານໃຫ້ ເໝາະສົມເພື່ອປະສິດທິພາບດ້ານຕົ້ນທຶນໃນໄລຍະຍາວ. ເຊິ່ງສົ່ງຜົນໃຫ້ທາງພາກລັດມີມູນຄ່າເພີ່ມຂຶ້ນເນື່ອງຈາກວ່າຜູ້ໃຫ້ບໍລິການພາກເອກະຊົນໃຫ້ຄວາມສຳຄັນກັບການຮັກສາມາດຕະຖານຄຸນນະພາບສູງໃນຂະນະທີ່ຫຼຸດຕົ້ນທຶນຕະຫຼອດອາຍຸການໃຊ້ງານ. ສິ່ງນີ້ມີຄວາມກ່ຽວຂ້ອງຢ່າງຍິ່ງກັບໂຄງການຂອງ BOT. ເນື່ອງ ຈາກວ່າໂຄງການຕ່າງໆທີ່ດໍາເນີນຢູ່ໃນສະຖານະການການປະມູນທີ່ມີການແຂ່ງຂັນສູງ ແລະ ດັ່ງນັ້ນຈຶ່ງສໍາເລັດດ້ວຍຕົ້ນທຶນທີ່ຕໍ່າ ທີ່ສຸດທີ່ເປັນໄປໄດ້.
  • ຜູ້ຮັບເໝົາພາກເອກະຊົນໄດ້ຮັບແຮງຈູງໃຈ ເພື່ອໃຫ້ຜົນໄດ້ຮັບທີ່ດີທີ່ສຸດ. ຜູ້ຮັບເໝົາພາກເອກະຊົນໄດ້ຮັບແຮງຈູງໃຈໃນການສົ່ງມອບ ຜົນໄດ້ຮັບທີ່ດີທີ່ສຸດໃນຂະນະທີ່ພວກເຂົາພະຍາຍາມທີ່ຈະບັນລຸ ແລະ ເກີນເປົ້າໝາຍການປະຕິບັດງານໃນຂັ້ນຕອນຕ່າງໆຂອງໂຄງ ການ. ສົ່ງຜົນໃຫ້ຄຸນນະພາບການບໍລິການດີຂຶ້ນ, ການສົ່ງມອບໂຄງການໃຫ້ທັນເວລາ ແລະ ການຄຸ້ມຄອງຊັບສິນຂອງລັດຢ່າງມີ ປະສິດຕິຜົນໃນໄລຍະຍາວ ແລະ ສຸດທ້າຍຈະເປັນປະໂຫຍດໃຫ້ແກ່ທັງພາກລັດ ແລະ ຜູ້ໃຊ້ປາຍທາງ. ໂດຍສະເພາະຢ່າງຍິ່ງ, ຮູບແບບຂອງ BOT ສະໜອງກົນໄກ ແລະ ແຮງຈູງໃຈສໍາລັບອົງກອນໃນການປັບປຸງປະສິດທິພາບຜ່ານສັນຍາທີ່ອີງໃສ່ຜົນການ ດໍາເນີນງານ ແລະ ເປົ້າໝາຍຜົນໄດ້ຮັບທີ່ວາງອອກ.
  • ໂຄງການ BOT ສາມາດສະໜັບສະໜູນການພັດທະນາໂຄງສ້າງພື້ນຖານໂຄງລ່າງທີ່ເລັ່ງລັດ. ໂຄງການຂອງ BOT ອໍານວຍຄວາມ ສະດວກໃນການພັດທະນາໂຄງສ້າງພື້ນຖານໂຄງລ່າງທີ່ສໍາຄັນທັນຕາມກໍານົດເວລາໂດຍໃຊ້ຄວາມຊໍານານຂອງພາກເອກະຊົນ, ເງິນທຶນ ແລະ ປະສິດທິພາບການດໍາເນີນງານ. ສິ່ງດັ່ງກ່າວບໍ່ພຽງແຕ່ເຮັດໃຫ້ໂຄງການສຳເລັດໄວເທົ່ານັ້ນ ແຕ່ຍັງຊ່ວຍໃຫ້ໝັ້ນໃຈວ່າ ໂຄງສ້າງພື້ນຖານໂຄງລ່າງທີ່ຈຳເປັນໄດ້ຮັບການພັດທະນາຢ່າງວ່ອງໄວເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນຂອງສັງຄົມ, ເພີ່ມທະວີຄວາມຜາສຸກຂອງຊຸມຊົນໂດຍລວມ.
  • ຮອງຮັບການໂອນຄວາມສ່ຽງ ຈາກພາກສາທາ ລະນະ. ໃນໂຄງການ BOT, ຜູ້ປະກອບການພາກເອກະຊົນຈະຮັບຜິດຊອບຕໍ່ຄວາມ ສ່ຽງໃນການກໍ່ສ້າງ ແລະ ການດໍາເນີນງານທັງໝົດໃນໄລຍະເວລາຂອງໂຄງການ. ການຖ່າຍໂອນຄວາມສ່ຽງດ້ານຍຸດທະສາດນີ້ບໍ່ ພຽງແຕ່ຈະຫຼຸດຜ່ອນພາລະທາງການເງິນທີ່ອາດຈະເກີດຂື້ນໃນພາກລັດເທົ່ານັ້ນ, ແຕ່ວ່າຍັງສົ່ງເສີມຄວາມຮູ້ສຶກຮັບຜິດຊອບພາຍໃນ ພາກເອກະຊົນ, ຊຸກຍູ້ໃຫ້ພວກເຂົາໃຊ້ຍຸດທະສາດການຄຸ້ມຄອງຄວາມສ່ຽງທີ່ເຂັ້ມແຂງ.

ແຫຼ່ງຂໍ້ມູນ/ຂໍ້ມູນຂ່າວສານເພີ່ມເຕີມ

Case Study

Scroll to Top