ຫຼັກສິນຊັບຄ້ຳປະກັນ (ABS)

ຫຼັກຊັບທີ່ໄດ້ຮັບການໜູນດ້ວຍຊັບສິນ ແມ່ນປະເພດຂອງພາຫະນະການລົງທຶນເຊິ່ງຊັບສິນທີ່ສ້າງລາຍຮັບໄດ້ ເຊັ່ນ: ເງິນກູ້ ຫຼື ໜີ້ສິນໃຫ້ກັບຜູ້ອອກຈະຖືກຮ່ວມກຸ່ມ ແລະ ປ່ຽນເປັນຫຼັກຊັບທີ່ສາມາດຊື້ຂາຍໄດ້ເຊິ່ງຂາຍໃຫ້ກັບນັກລົງທຶນ.

ຄຳອະທິບາຍ

ຫຼັກສິນຊັບຄ້ຳປະກັນແມ່ນປະເພດເຄື່ອງມືການລົງທຶນປະເພດໜຶ່ງທີ່ລົງທຶນຊື່ງມີການລວມກຸ່ມຂອງຊັບສິນທີ່ສ້າງລາຍໄດ້ເຊັ່ນ: ເງິນກູ້ຈະຖືກລວບລວມ ແລະ ແປງເປັນຫຼັກຊັບທີ່ຊື້ຂາຍໄດ້ ບໍລິສັດ ຫຼື ອົງກອນຈະຂາຍສິນເຊື່ອ ຫຼື ໜີ້ສິນໃຫ້ແກ່ຜູ້ອອກຫຼັກຊັບ ຊຶ່ງແມ່ນສະຖາບັນການເງິນ, ຈາກນັ້ນຈະລວມໜີ້ເຫຼົ່ານີ້ໄວ້ໃນຫຼັກຊັບຄ້ຳປະກັນເພື່ອຂາຍໃຫ້ກັບນັກລົງທຶນ. ຂະບວນການລວມຊັບສິນທີ່ ບໍ່ມີສະຖຽນລະພາບໃຫ້ເປັນເຄື່ອງມືທາງການເງິນທີ່ສາມາດຊື້ຂາຍໄດ້ (ຫຼັກຊັບ) ມັນເອີ້ນວ່າການແປງສິນຊັບເປັນຫຼັກຊັບ. ຜົນຕອບແທນທີ່ ນັກລົງທຶນໄດ້ຮັບຈາກຫຼັກຊັບນັ້ນມາຈາກກະແສເງິນສົດຂອງສິນຊັບອ້າງອີງ. ABS ສາມາດນໍາມາໃຊ້ເພື່ອຈັດຫາທຶນ ຫຼື ຈັດສິນເຊື່ອຄືນ ໃໝ່ໃຫ້ກັບສິນຊັບທີ່ມີຢູ່ໄດ້. ABS ມີຄວາມໜ້າສົນໃຈເນື່ອງຈາກວ່າພວກມັນສະໜອງກະແສເງິນທີ່ໝັ້ນຄົງສຳລັບນັກລົງທຶນທີ່ເນັ້ນການ ສ້າງລາຍໄດ້, ໂດຍມີອັດຕາຜົນຕອບແທນທີ່ສູງກວ່າໜີ້ຮູບແບບປົກກະຕິ, ເຊັ່ນພັນທະບັດລັດຖະບານ ຫຼື ພັນທະບັດຂອງບໍລິສັດ.  ໃນບໍລິບົດການຈັດຫາທຶນສຳລັບເມືອງອັດສະລິຍະ, ABS ໄດ້ຖືກກຳນົດເພື່ອການສະໜັບສະໜູນທາງການເງິນສຳລັບໂຄງການສີຂຽວ ຫຼື ໂຄງການດ້ານສະພາບອາກາດທີ່ທັນສະໄໝຂະໜາດນ້ອຍ, ໂດຍມີສິນເຊື່ອສຳລັບໂຄງການສີຂຽວ ຫຼື ໂຄງການດ້ານສະພາບອາກາດທີ່ອັດ ສະລິຍະເປັນຫຼັກຊັບອ້າງອີງ.

Description of Asset-backed securities. Available at: https://corporatefinanceinstitute.com/resources/fixed-income/asset-backed-securities-abs/

ເງື່ອນໄຂການເປີດໃຊ້ງານ ແລະ ການພິຈາລະນາທີ່ສຳຄັນ

  • ການເປີດໃຊ້ກົດລະບຽບ ດ້ານສິ່ງແວດລ້ອມ. ມີລະບຽບການດ້ານສິ່ງແວດລ້ອມເອື້ອອຳນວຍການໃຊ້ ABS ແມ່ນສິ່ງທີ່ສຳຄັນ. ຊຶ່ງລວມເຖິງການມີລະບຽບທີ່ຄວບຄຸມທຸລະກຳການປ່ຽນຊັບສິນເປັນຫຼັກຊັບ, ການຄຸ້ມຄອງນັກລົງທຶນ ແລະ ຂໍ້ກຳນົດການເປີດ ເຜີຍຂໍ້ມູນເພື່ອຄວາມໂປ່ງໃສຂອງຕະຫຼາດ. ຄວາມແນ່ນອນດ້ານກົດລະບຽບແມ່ນສິ່ງຈຳເປັນເພື່ອສົ່ງເສີມຜົນປະໂຫຍດຂອງນັກລົງ ທຶນໃນ ABS.
  • ກອບມາດຕະຖານສັນຍາເງິນກູ້ສຳລັບໂຄງການເມືອງສີຂຽວ ຫຼື ເມືອງອັດສະລິຍະ. ກອບການເຮັດວຽກທີ່ກຳນົດແນວທາງເປັນລະບົບ ໃນການຈັດໝວດໝູ່ ແລະ ປະເມີນສິນເຊື່ອສຳລັບໂຄງການເມືອງສີຂຽວ ຫຼື ເມືອງອັດສະລິຍະຈະຊ່ວຍໃຫ້ໝັ້ນໃຈໄດ້ວ່າທຶນທີ່ລະ ດົມໄດ້ຈາກ ABS ຈະຖືກນຳໄປໃຊ້ເພື່ອສະໜັບສະໜູນການປ່ຽນຜ່ານສູ່ເມືອງທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ທັນສະໄໝຫຼາຍຂຶ້ນ. ເພື່ອຈຸດປະສົງນີ້, ມັນຈື່ງເປັນປະໂຫຍດຫາກພາກລັດໃນການເຮັດວຽກຢ່າງໃກ້ຊິດກັບຜູ້ຫຼິ້ນໃນຕະຫຼາດເພື່ອປັບມາດຕະຖານສັນຍາ ເງິນກູ້ສຳລັບໂຄງການເມືອງສີຂຽວ ຫຼື ເມືອງອັດສະລິຍະ.
  • ນຳໃຊ້ກົນໄກການເພີ່ມລະດັບສິນເຊື່ອ. ການນຳໃຊ້ກົນໄກໃນການເພີ່ມສິນເຊື່ອເຊັ່ນ: ການຄ້ຳປະກັນຈະສາມາດປັບປຸງລະດັບສິນເຊື່ອ ສຳລັບ ABS ໃຫ້ດີຂຶ້ນ, ເຮັດໃຫ້ມີຄວາມໜ້າດຶງດູດສຳລັບນັກລົງທຶນ. 

ສິ່ງທ້າທາຍທີ່ອາດຈະເກີດຂຶ້ນ

  • ຄວາມຊັບຊ້ອນຂອງການຈັດໂຄງສ້າງຫຼັກປະກັນ. ຫຼັກປະກັນທີ່ຢູ່ພາຍໃຕ້ ABS ມັກກ່ຽວຂ້ອງກັບຊັບສິນທີ່ມີຄວາມຫຼັກຫຼາຍ. ການ ປະເມີນ ແລະ ຈັດໂຄງສ້າງຊັບສິນເຫຼົ່ານີ້ອາດມີຄວາມທ້າທາຍ ເນື່ອງຈາກຄວາມແຕກຕ່າງໃນໂຄງສ້າງການຊຳລະເງິນ, ຄຸນນະພາບສິນ ເຊື່ອ ແລະ ຄຸນລັກສະນະອື່ນໆ.
  • ຄວາມເຊື່ອໝັ້ນຂອງນັກລົງທຶນ ແລະ ການປະຕິບັດຕາມສົມຄວນ. ການສ້າງຄວາມສົນໃຈ ແລະ ຄວາມເຊື່ອໝັ້ນຂອງນັກລົງທຶນ ໃນຕະຫຼາດ ABS ແມ່ນມີຄວາມສຳຄັນ.  ຄວາມໂປ່ງໃສໃນການເປີດເຜີຍຂໍ້ມູນທີ່ກ່ຽວຂ້ອງກັບ ຊັບສິນ, ເປັນປັດໃຈສ່ຽງ ແລະ ໂຄງສ້າງຂອງການຄ້ຳປະກັນແມ່ນມີຄວາມສຳຄັນເພື່ອດຶງດູດຄວາມສົນໃຈຂອງນັກລົງທຶນ ແລະ ການຮັກສາສົມດູນຂອງຕະຫຼາດ.
  • ຄວາມອ່ອນໄຫວຕໍ່ພາວະຕະຫຼາດ ແລະ ເສດຖະກິດ ແລະ ຄວາມສ່ຽງທີ່ສູງຂຶ້ນ. ABS ມີຄວາມອ່ອນໄຫວຕໍ່ພະວະຕະຫຼາດ ແລະ ເສດຖະກິດ. ປັດໄຈຕ່າງໆເຊັ່ນ: ອັດຕາດອກເບ້ຍ, ພາວະເສດຖະກິດຖົດຖອຍ ແລະ ພຶດຕິກຳຜູ້ບໍລິໂພກສາມາດສົ່ງຜົນກະທົບຕໍ່ປະສິດ ທິພາບຂອງສິນຊັບອ້າງອີງ ແລະ ມີອິດທິພົນຕໍ່ ໂຄງສ້າງໂດຍລວມຂອງຫຼັກຊັບ. ນອກຈາກນີ້ ABS ຍັງຢູ່ພາຍໃຕ້ຄວາມສ່ຽງສະພາບ ຄ່ອງດ້ານສິນເຊື່ອ ແລະ ການປະເມີນມູນຄ່າຫຼາຍກວ່າຫຼັກຊັບທີ່ມີລາຍໄດ້ຄົງທີ່ປະເພດອື່ນ.

ຜົນປະໂຫຍດທີ່ອາດເກີດຂຶ້ນ

  • ລວບລວມເງິນກູ້ລາຍຍ່ອຍ. ເງິນກູ້ສຳລັບໂຄງການຂະໜາດນ້ອຍສາມາດລວບລວມ ແລະ ແປງເປັນຫຼັກຊັບເພື່ອໃຫ້ໄດ້ຂະໜາດທີ່ ເໝາະສົມສຳລັບຕະຫຼາດພັນທະບັດ. ປ້າຍກຳກັບຫຼັກຊັບທີ່ເປັນ ‘ສີຂຽວ’ ຫຼື ‘ຍືນຍົງ’ ຊ່ວຍໃຫ້ຜູ້ອອກຫຼັກຊັບສາມາດຕອບສະໜອງຕໍ່ ຄວາມຕ້ອງການຫຼັກຊັບທີ່ມີປະໂຫຍດຕໍ່ສິ່ງແວດລ້ອມເພີ່ມຫຼາຍຂຶ້ນ.
  • ຕົ້ນທຶນຂອງທຶນຕໍ່າກວ່າການກູ້ຈາກທະນາຄານ. ໃນສະພາບແວດລ້ອມທີ່ອັດຕາດອກເບ້ຍສູງ, ABS ທີ່ອອກໃນຕະຫຼາດພັນທະບັດ ອາດເປັນວິທີການຈັດຫາທຶນທີ່ຄຸ້ມກັບຕົ້ນທຶນຫຼາຍກວ່າການຈັດຫາທຶນຈາກທະນາຄານ. ນີ້ເປັນສິ່ງທີ່ມີຄວາມສຳຄັນຢ່າງຍິ່ງສຳລັບ ໂຄງການທີ່ມີຄ່າໃຊ້ຈ່າຍລົງທຶນສຸງ.
  • ປັບປຸງສະພາບຄ່ອງຂອງຊັບສິນທີ່ບໍ່ມີສະພາບຄ່ອງ. ABS ສາມາດປັບປຸງສະພາບຄ່ອງຂອງຊັບສິນອ້າງອີງໄດ້ໂດຍການລວບລວມ ແລະ ປ່ຽນເງິນກູ້ຕ່າງໆເປັນຫຼັກຊັບທີ່ຂາຍໄດ້. ການປະຕິບັດການດັ່ງກ່າວຈະນຳຊັບສິນດັ່ງກ່າວອອກມາຈາກງົບດຸນ ແລະ ທຶນທີ່ລະດົມ ໄດ້ຈາກການຂາຍ ABS ສາມາດນຳໄປໃຊ້ໂດຍເຈົ້າໜີ້ເພື່ອສ້າງເງິນກູ້ຫຼາຍຂຶ້ນ ແລະ ສ້າງຫຼັກຊັບຄ້ຳປະກັນໃໝ່. 
  • ຄວາມໜ້າດຶງດູດໃຈສຳລັບນັກລົງທຶນທີ່ສົນໃຈການກະຈາຍຫຼັກຊັບຄ້ຳປະກັນການລົງທຶນ ແລະ ຜົນຕອບແທນທີ່ດີ. ABS ສະເໜີວິທີທາງໃຫ້ແກ່ນັກລົງທຶນເພື່ອກະຈາຍຫຼັກຊັບຄ້ຳປະກັນຂອງພວກເຂົາ. ດ້ວຍການສ້າງກຸ່ມຫຼັກຊັບຈາກການລວມຊັບສິນ, ນັກ ລົງທຶນສາມາດເລືອກອັດຕາຄວາມສ່ຽງທີ່ສອດຄ່ອງກັບຄວາມສາມາດໃນການຍອມຮັບຄວາມສ່ຽງຂອງຕົນໄດ້ດີທີ່ສຸດ. ABS ສາມາດສະເໜີອັດຕາຜົນຕອບແທນສູງສຸດແກ່ນັກລົງທຶນເມື່ອທຽບກັບຜະລິດຕະພັນດັ່ງເດີມເຊັ່ນ: ພັນທະບັດລັດຖະບານ ຫຼື ພັນທະບັດບໍລິສັດ, ທີ່ມີອັດຕາໜ້າເຊື່ອຖືເທົ່າເດີມ. ນີ້ເຮັດໃຫ້ ABS ກາຍເປັນຊ່ອງທາງທີ່ງ່າຍກວ່າສຳລັບການລະດົມທຶນສຳລັບ ໂຄງການເມືອງອັດສະລິຍະ.

ແຫຼ່ງຂໍ້ມູນ/ຂໍ້ມູນຂ່າວສານເພີ່ມເຕີມ

Case Study

Scroll to Top