ເຄື່ອງມືທາງດ້ານການສະໜອງເງິນທຶນ ແລະ ຈຳນວນເງິນ
45 ລ້ານໂດລາສະຫະລັດ ຜ່ານກອງທຶນເພື່ອພັດທະນາໃນພາກພື້ນ
ຄວາມເປັນມາ
ຫຼວງພະບາງເປັນເມືອງເອກຂອງແຂວງຫຼວງພະບາງເຊິ່ງຕັ້ງຢູ່ໃນເຂດພູເຂົາທາງພາກກາງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ). ຫຼວງພະບາງໄດ້ຖືກຮັບຮອງເປັນຕົວເມືອງໃນປີ 2018, ເຊິ່ງກວມເອົາ 115 ບ້ານໃນເນື້ອທີ່ 774 ກິໂລຕາແມັດຢູ່ທີ່ຈຸດຈອດກັນຂອງແມ່ນ້ຳຂອງ ແລະ ນ້ຳຄານ. ອີງຕາມຂໍ້ມູນຢ່າງເປັນທາງການຫຼ້າສຸດ, ຫຼວງພະບາງມີປະຊາກອນ 90,313 ຄົນໃນປີ 2015, ອາໄສຢູ່ໃນຕົວເມືອງເປັນຫຼັກ. ປະຊາກອນເພີ່ມຂຶ້ນ 68% ຈາກປີ 1995 ເຖິງ 2015 ໂດຍເພີ່ມຂຶ່້ນປະມານ 2.6% ຕໍ່ປີ. ໃນຊ່ວງເວລາດຽວກັນ, ຕົວເມືອງຫຼັກຂະຫຍາຍຕົວ 117% ຫຼື 5.3% ຕໍ່ປີ. ເຖິງແມ່ນວ່າປະຊາກອນໂດຍລວມຈະມີການເພີ່ມຂຶ້ນ, ແຕ່ວ່າເຂດອະນຸລັກມໍລະດົກ (ZPP) ເຫັນວ່າມີຈຳນວນຫຼຸດລົງເນື່ອງຈາກອາຄານທີ່ຢູ່ອາໄສຖືກດັດແປງໃຫ້ເປັນສະຖ່ານທີ່ທ່ຽວເຊັ່ນ: ເຮືອນພັກ ແລະ ຮ້ານອາຫານ.
ການທ່ອງທ່ຽວເປັນກໍາລັງຂັບເຄື່ອນຕົ້ນຕໍຂອງເສດຖະກິດທ້ອງຖິ່ນ. ຫຼວງພະບາງໄດ້ຖືກຮັບຮອງໂດຍອົງການ UNESCO ໃຫ້ເປັນເມືອງ ມໍລະດົກໂລກໃນປີ 1995. ການກໍານົດນີ້ສົ່ງຜົນໃຫ້ມີນັກທ່ອງທ່ຽວຈາກຕ່າງປະເທດເພີ່ມຂຶ້ນຢ່າງຫຼວງຫຼາຍ, ຈາກ 20,000 ຄົນໃນປີ 1995 ຂຶ້ນເປັນ 638,000 ຄົນໃນປີ 2019. ໃນປີ 2019, ກ່ອນການລະບາດຂອງພະຍາດຕິດຕໍ່ ໂຄວິດ-19 ຈະສົ່ງຜົນກະທົບຕໍ່ອຸດສາຫະກຳ ການທ່ອງທ່ຽວ, ແຂວງຫຼວງພະບາງນີ້ມີນັກທ່ອງທ່ຽວເຂົ້າມາທ່ຽວທັງໝົດ 860,035 ຄົນ, ເພີ່ມຂຶ້ນ 13.9% ເມື່ອທຽບໃສ່ປີ 2018, ໃນນັ້ນມີນັກທ່ອງທ່ຽວພາຍໃນປະເທດເພີ່ມຂຶ້ນ 26%. ການແຜ່ລະບາດຂອງພະຍາດດັ່ງກ່າວ ແລະ ຂໍ້ຈຳກັດໃນການເດີນທາງໄດ້ເຮັດໃຫ້ຈຳນວນນັກທ່ອງທ່ຽວຕ່າງປະເທດຫຼຸດລົງຫຼາຍເຖິງ 68% ໃນປີ 2020 ເມື່ອທຽບໃສ່ປີ 2019. ພາຍໃນປີ 2022, ຈຳນວນນັກທ່ອງທ່ຽວຈາກຕ່າງປະເທດໄດ້ຟື້ນຂື້ນເປັນ 257,000 ຄົນ, ໃນຂະນະທີ່ນັກທ່ອງທ່ຽວພາຍໃນປະເທດບັນລຸສະຖິຕິສູງສຸດເຖິງ 280.000 ຄົນ.
ໃນຂະນະທີ່ແຂວງຫຼວງພະບາງຟື້ນຕົວຈາກຜົນກະທົບຂອງພະຍາດລະບາດ, ຄາດວ່າຈໍານວນນັກທ່ອງທ່ຽວຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ສິ່ງອໍານວຍຄວາມສະດວກໃນຕົວເມືອງ (ເຊັ່ນ: ການຈັດການຂີ້ເຫຍື້ອ ແລະ ການບໍາບັດນໍ້າເປື້ອນ, ເສັ້ນທາງໃນຕົວເມືອງ ແລະ ເສັ້ນທາງຍ່າງ ແລະ ພື້ນທີ່ສີຂຽວສາທາລະນະ) ຈະຕ້ອງໄດ້ມີການຍົກລະດັບເພື່ອຮັບປະກັນໃຫ້ມີການສືບຕໍ່ພັດທະນາແບບຍືນຍົງ. ເມືອງດັ່ງກ່າວຕ້ອງການໂຄງສ້າງພື້ນຖານໂຄງລ່າງຂອງຕົວເມືອງ, ການຄຸ້ມຄອງສິ່ງແວດລ້ອມ ແລະ ການບໍລິການທາງດ້ານການທ່ອງທ່ຽວທີ່ດີຂຶ້ນເພື່ອຍົກລະດັບຊີວິດການເປັນຢູ່ຂອງພົນລະເມືອງໃຫ້ດີຂຶ້ນ ແລະ ພັດທະນາຂະແໜງການທ່ອງທ່ຽວໃຫ້ມີລັກສະນະອະນຸລັກຮັກສາມໍລະດົກທີ່ຍືນຍົງ.
ວິທີການ
ໂຄງການທີ່ນໍາສະເໜີຈະສະໜັບສະໜູນການພັດທະນາຕົວເມືອງແບບຍືນຍົງ, ຮອບຄອບແລະ ຍືດຫຍຸ່ນຢູ່ໃນເມືອງຫຼວງພະບາງ, ເມືອງໜຶ່ງໃນແລວເສດຖະກິດລຸ່ມແມ່ນໍ້າຂອງ (GMS) ພາກເໜືອ-ໃຕ້ຂອງປະເທດທີ່ຖືກຜົນກະທົບຈາກການຊຸດໂຊມຂອງສະພາບແວດລ້ອມ, ການປ່ຽນແປງຂອງສະພາບພູມອາກາດ, ໄພພິບັດ ແລະ ຄວາມເປັນຢູ່ທີ່ຫຼຸດລົງ. ການລົງທຶນຂອງໂຄງການຫຼາຍພາກສ່ວນ (i) ຈະປັບປຸງຄຸນນະພາບ ແລະ ການຄຸ້ມຄອງຂອງໂຄງສ້າງພື້ນຖານ ແລະ ການບໍລິການຂອງຕົວເມືອງ, (ii) ເສີມສ້າງສະຖາບັນ ແລະ ຂີດຄວາມສາມາດໃນການສົ່ງເສີມເສັ້ນທາງການພັດທະນາສະພາບພູມອາກາດ ແລະ ຄວາມສາມາດໃນການຟື້ນຕົວຈາກໄພພິບັດ, (iii) ສົ່ງເສີມການວາງແຜນຜັງຕົວເມືອງຮອບດ້ານ ແລະ ຕອບສະໜອງສະຖານະທາງເພດ ແລະ (iv) ເພີ່ມຄວາມເປັນຜູ້ນໍາຂອງແມ່ຍິງ ແລະ ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ. ໂຄງການນີ້ຄາດວ່າຈະເປັນຜົນປະໂຫຍດແກ່ຜູ້ຢູ່ອາໄສ 104,500 ຄົນ ແລະ ນັກທ່ອງທ່ຽວ 1,3 ລ້ານຄົນພາຍໃນປີ 2031.
ADB ໄດ້ຈັດສັນຊັບພະຍາກອນດັ່ງຕໍ່ໄປນີ້ເພື່ອຊ່ວຍສະໜັບສະໜູນທາງດ້ານການເງິນແກ່ໂຄງການ: 45 ລ້ານໂດລາສະຫະລັດ ໃນນັ້ນ 35 ລ້ານໂດລາສະຫະລັດແມ່ນສະໜອງໃຫ້ຜ່ານການກູ້ຢືມເງິນ ແລະ 10 ລ້ານໂດລາສະຫະລັດເປັນທຶນຊ່ວຍເຫຼືອລ້າ. ລັດຖະບານຈະປະກອບສ່ວນ 1 ລ້ານໂດລາສະຫະລັດໃນຮູບແບບຂອງເງິນບໍລິຈາກ, ພາສີ ແລະ ອາກອນ. ໂຄງການດັ່ງກ່າວຈະໄດ້ຮັບການດໍາເນີນການແຕ່ປີ 2024 ຫາ 2030. ການວິເຄາະທາງເສດຖະກິດໄດ້ດຳເນີນການຕາມຄໍາແນະນຳຂອງທະນາຄານພັດທະນາອາຊີ (ADB). ໂດຍກ່ຽວຂ້ອງກັບການປຽບທຽບຕົ້ນທຶນ ແລະ ຜົນປະໂຫຍດໃນສະຖານະການທີ່ມີໂຄງການ ແລະ ບໍ່ມີໂຄງການໃນໄລຍະ 25 ປີ ຈາກ 2025 ຫາ 2049.
ຜົນໄດ້ຮັບ
ໂຄງການດັ່ງກ່າວມີຈຸດປະສົງເພື່ອປັບປຸງໂຄງສ້າງພື້ນຖານໂຄງລ່າງຂອງຕົວເມືອງ, ສ້າງສະພາບແວດລ້ອມທີ່ເຂັ້ມແຂງຂື້ນກວ່າເກົ່າສໍາລັບຄວາມ ຢືດຢຸນການບໍລິການໃນຕົວເມືອງ ແລະ ການທ່ອງທ່ຽວ. ຜົນຮັບສະເພາະປະກອບມີ:
ຜົນຮັບທີ່ 1: ການຍົກລະດັບໂຄງສ້າງພື້ນຖານໂຄງລ່າງໃນຕົວເມືອງໂດຍການຫັນປ່ຽນພື້ນທີ່ຖິ້ມຂີ້ເຫຍື້ອແບບເປີດທີ່ມີເນື້ອທີ່ 17.1 ເຮັກຕາໃຫ້ເປັນບ່ອນຖິ້ມຂີ້ເຫຍື້ອແບບຝັງທີ່ມີການຄຸ້ມຄອງເຊິ່ງມີຈຸລັງຊີວະພາບເຄິ່ງແອໂຣບິກ (semi-aerobic bioreactor cells), ລະບົບການເກັບມ້ຽນ ມີແທນ (methane capture) ແລະ (flaring systems) ແຟຣິງ ແລະ ໂຮງງານບຳບັດນ້ຳຊຶມພະລັງງານແສງຕາເວັນແບບພາດຊິບຈາກທຳມະຊາດ ແລະ ແນວທາງແກ້ໄຂທີ່ໃຊ້ການກອງແບບຖານຮາກຕົ້ນຫຍ້າກົກ. ນອກຈາກນັ້ນ, ຈະມີການພັດທະນາສິ່ງອໍານວຍຄວາມສະດວກເພື່ອການນໍາວັດສະດຸຕ່າງໆກັບມາໃຊ້ຄືນໃໝ່. ໂຄງການດັ່ງກ່າວຍັງຈະຟື້ນຟູເສັ້ນ ທາງໃນຕົວເມືອງຍາວ 16 ກິໂລແມັດເຊິ່ງຈະມີຕົ້ນໄມ້ຮົ່ມເງົາ ແລະ ຕິດຕັ້ງທໍ່ລະບາຍນ້ໍາພາຍຸທີ່ມີກັບດັກມົນລະພິດອັດສະລິຍະ. ນອກຈາກນັ້ນ, ເສັ້ນທາງຍ່າງຍາວ 8 ກິໂລແມັດຈະຖືກສ່ອງສະຫວ່າງດ້ວຍໄຟຖະໜົນທີ່ປະຢັດພະລັງງານ.
ຜົນຮັບທີ່ 2: ໂຄງການດັ່ງກ່າວຈະຊຸກຍູ້ສົ່ງເສີມສະພາບແວດລ້ອມທີ່ເອື້ອອໍານວຍຄວາມສະດວກສໍາລັບການບໍລິການໃນເມືອງ ແລະ ການທ່ອງທ່ຽວທີ່ຄວບຄຸມ ແລະ ຄວາມຢືດຢຸນ. ຄຽງຄູ່ກັບການປັບປຸງພື້ນຖານໂຄງລ່າງຂອງເມືອງຫຼວງພະບາງ, ຈະມີການສ້າງແຜນແມ່ບົດ ແລະ ຄວາມສະເໝີພາບທາງເພດ ແລະ ສ້ງແນວທາງການພັດທະນາຕົວເມືອງໂດຍລວມ. ແນວທາງປະຕິບັດເຫຼົ່ານີ້ຈະລວມເອົາການ ດໍາເນີນການສະເພາະເພື່ອແກ້ໄຂຄວາມບໍ່ສະເໝີພາບທາງພດ ແລະ ປັບປຸງສະພາບພູມອາກາດ ແລະ ຄວາມສາມາດໃນການຟື້ນຕົວຈາກໄພພິບັດ.
ຜົນຮັບທີ່ 3: ໂຄງການດັ່ງກ່າວ ຈະພັດທະນາຄວາມເປັນຜູ້ນໍາ ແລະ ການຈ້າງງານຂອງແມ່ຍິງໂດຍຜ່ານໂຄງການທຶນການສຶກສາລະດັບ ການສຶກສາຊັ້ນສູງ ແລະ ການຝຶກອົບຮົມວິຊາອາຊີບແຫ່ງຊາດເພື່ອແນໃສ່ພະນັກງານຍິງໃນຂະແໜງນໍ້າປະປາ, ສຸຂາພິບານ, ວຽກງານສາທາລະນະ ແລະ ການທ່ອງທ່ຽວ. ໂຄງການລິເລີ່ມນີ້ຈະຈັດໃຫ້ມີການຝຶກອົບຮົມ, ດ້ານວິຊາຊີບ ແລະ ຄວາມເປັນຜູ້ນໍາ, ລວມທັງໂຄງການຜູ້ບໍລິຫານໄລຍະສັ້ນໃນສາຂາຕ່າງໆເຊັ່ນ: ວິສະວະກໍາສາດ, ການວາງແຜນຜັງເມືອງ, ການຄຸ້ມຄອງສາທາລະນະ, ການເງິນ ແລະ ມໍລະດົກ ແລະ ການຄຸ້ມຄອງການທ່ອງທ່ຽວໂດຍອີງຕາມລຳດັບຄວາມສໍາຄັນຂອງຜູ້ຮຽນ.
ການຮຽນຮູ້
ການປັບໃຫ້ສອດຄ່ອງກັບແຜນຍຸດທະສາດ ແລະ ແຜນການແຫ່ງຊາດ.
ໂຄງການດັ່ງກ່າວແມ່ນສອດຄ່ອງກັບຍຸດທະສາດການ ຮ່ວມມືລະດັບປະເທດໃນປີ 2017-2020 ແລະ ເປົ້າໝາຍເຊິ່ງຍຸດທະສາດທີ່ກຳນົດໄວ້ໃນວິໄສທັດ 2030 ຂອງລັດຖະບານ ແລະ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມໄລຍະ 10 ປີ (2016-2025). ນອກຈາກນັ້ນຍັງສະໜັບສະໜູນລຳດັບຄວາມ ສໍາຄັນໃນການດໍາເນີນງານແຜນຍຸດທະສາດປີ 2030 ຂອງ ທະນາຄານພັດທະນາ ອາຊີ (ADB) ໃນການແກ້ໄຂບັນຫາຄວາມທຸກຍາກທີ່ຍັງຄົງຄ້າງ, ແກ້ໄຂການປ່ຽນແປງຂອງສະພາບອາກາດ, ເຮັດໃຫ້ຕົວເມືອງມີຊີວິດຊີວາຫຼາຍຂຶ້ນ, ເພີ່ມທະວີການຄຸ້ມຄອງ ແລະ ຄວາມສາມາດດ້ານສະຖາບັນ ແລະ ເລັ່ງລັດຄວາມສະເໝີພາບທາງເພດ.
ຄວາມສຳຄັນຂອງກອບກົດໝາຍສະບັບປັບປຸງ.
ອົງປະກອບສຳຄັນອີກປະການໜຶ່ງຂອງໂຄງການຄືການພັດທະນາແຜນແມ່ບົດຂອງຕົວເມືອງຫຼວງພະບາງເຊິ່ງລວມມີບົດລາຍງານຕົວເມືອງ, ແຜນການນຳໃຊ້ທີ່ດິນ, ລະບຽບການວາງແຜນຜັງເມືອງ, ວິທີການການອອກແບບ ແລະ ປະລິມານອື່ນໆທີ່ກຳນົດໄວ້ໃນກົດ ໝາຍວ່າດ້ວຍການວາງແຜນຜັງເມືອງ. ປັດໃຈທາງດ້ານກົດໝາຍທີ່ເຂັ້ມແຂງມີຄວາມສຳຄັນຢ່າງຍິ່ງໃນການຊີ້ນຳການພັດທະນາຕົວເມືອງ. ໃນກໍລະນີຂອງເມືອງຫຼວງພະບາງ, ແຜນແມ່ບົດຕົວເມືອງປີ 2012 ທີ່ມີຢູ່ແລ້ວພ້ອມກັບແຜນແມ່ບົດການອະນຸລັກ ແລະ ພັດທະນາມໍລະດົກຫຼວງພະບາງ (PSMV), ເຮັດໜ້າທີ່ເປັນກອບກົດໝາຍຫຼັກໃນການຮັບປະກັນການປະຕິບັດການນຳໃຊ້ທີ່ດິນ ຢ່າງເໝາະສົມ ແລະ ບັນລຸຕາມເປົ້າໝາຍນະໂຍບາຍລະດັບຊາດ ແລະ ລະດັບທ້ອງຖິ່ນ. ເຖິງຢ່າງໃດກໍ່ຕາມ, ແຜນການປີ 2012 ແມ່ນລ້າສະໄໝແລ້ວ, ບໍ່ສາມາດກວມເອົາ 48.5 ກິໂລແມັດຂອງເຂດ SEZs ທີ່ຖືກກຳນົດໃໝ່ທັງພາຍໃນ ແລະ ທົ່ວເມືອງ, ມັນຍັງຂາດການຕອບສະໜອງຕໍ່ເພດ ແລະ ບໍ່ໄດ້ແກ້ໄຂກັບຄວາມສ່ຽງດ້ານສະພາບອາກາດ ແລະ ໄພພິບັດຢ່າງພຽງພໍ. ຊ່ອງຫວ່າງນີ້ໄດ້ຮັບການແກ້ໄຂໂດຍການອອກແບບໂຄງການ.
ການແກ້ໄຂຈຸດອ່ອນຂອງສະຖາບັນ.
ໂຄງການປະກອບດ້ວຍອົງປະກອບເພືອເສີມສ້າງຂີດຄວາມສາມາດຂອງສະຖາບັນຂອງຜູ້ທີ່ມີສ່ວນຮ່ວມ. ໃນການອອກແບບດັ່ງກ່າວ, ໂຄງການໄດ້ຮັບຮູ້ເຖິງຂໍ້ຈຳກັດຂອງສະຖາບັນຕ່າງໆໃນແຂວງຫຼວງພະບາງທີ່ຕ້ອງປະເຊິນເພື່ອໃຫ້ບັນລຸການພັດທະນາແບບຍືນຍົງ ແລະ ໝັ້ນຄົງ. ໃນຄໍາແນະນໍາ, ມີການເນ້ັນໜັກການດໍາເນີນການສະເພາະເພື່ອປັບປຸງສະພາບແວດລ້ອມທີ່ເອື້ອຍອໍານວຍ ແລະ ເພີ່ມຄວາມສາມາດໃນການປັບຕົວຂອງສະຖາບັນຕ່າງໆໃນການພັດທະນາ, ການຄຸ້ມຄອງ ແລະ ການດໍາເນີນໂຄງສ້າງພື້ນຖານ ໂຄງລ່າງຂອງເມືອງບົນພື້ນຖານທີ່ໝັ້ນຄົງໃນໄລຍະຍາວ.
ແຫຼ່ງຂໍ້ມູນ/ຂໍ້ມູນຂ່າວສານເພີ່ມເຕີມ
- ທະນາຄານພັດທະນາ ອາຊີ (ADB). ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ: ໂຄງການລົງທຶນເພື່ອປັບປຸງສິ່ງແວດລ້ອມໃນຕົວເມືອງ, ໂຄງການອະທິປະໄຕ | 53203-001. ສາມາດເຂົ້າເບິ່ງຂໍ້ມູນໄດ້ທີ່: :https://www.adb.org/projects/53203-001/main
- ທະນາຄານ ພັດທະນາອາຊີ (ADB) (2023). ການສຶກສາຄວາມເປັນໄປໄດ້ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ: ໂຄງການລົງທຶນເພື່ອປັບປຸງສິ່ງແວດລ້ອມໃນຕົວເມືອງ (ຫຼວງພະບາງ). ສາມາດເຂົ້າເບິ່ງຂໍ້ມູນໄດ້ທີ່: https://www.adb.org/sites/default/files/project-documents/52064/52064-001-tacr-en_46.pdf
- ໂຄງການ GMS ທີ່ໄດ້ຮັບທຶນສະໜັບສະໜູນຈາກ ທະນາຄານພັດທະນາ ອາຊີ (ADB) ເພື່ອເສີມສ້າງໂຄງສ້າງພື້ນຖານໂຄງລ່າງຕົວເມືອງ ແລະ ການທ່ອງທ່ຽວ, ເສີມຂະຫຍາຍໂອກາດຂອງແມ່ຍິງໃນແຂວງຫຼວງພະບາງ, ສປປ ລາວ. ສາມາດເຂົ້າເບິ່ງຂໍ້ມູນໄດ້ທີ່: https://greatermekong.org/g/adb-financed-gms-project-strengthen-urban-and-tourism-infrastructure-enhance-women%E2%80%99s-opportunities