ເຄື່ອງມືທາງດ້ານການສະໜອງເງິນທຶນ ແລະ ຈຳນວນເງິນ
ຄວາມຕ້ອງການທີ່ດິນເພື່ອການພັດທະນາເນື້ອທີ່ຫຼາຍກວ່າ 150 ກິໂລຕາແມັດດ້ວຍການຈັດສັນທີ່ດິນ
ຄວາມເປັນມາ
ຫຼັງຈາກການແຍກຂອງລັດ ເອັນດຣາ ປຣາເດສ (Andhra Pradesh) ເປັນເອກະລາດໃນເດືອນ ມີນາ 2014 ມາເປັນລັດ ເອັນດຣາ ປຣາເດສ (Andhra Pradesh) ແລະ ພັກ ເຕລັງການາ (Telangana), ລັດ ໄຮເດີຣາເບດ (Hyderabad), ເຊິ່ງເປັນອະດີດນະຄອນຫຼວງໄດ້ກາຍມາເປັນນະຄອນຫຼວງຂອງ ພັກ ເຕລັງການາ (Telangana). ລັດ ເອັນດຣາ ປຣາເດສ (Andhra Pradesh) ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃໝ່ຈຳເປັນຕ້ອງກຳນົດນະຄອນຫຼວງໃໝ່. ລັດຖະບານແຫ່ງລັດໄດ້ເລີ່ມດຳເນີນການວາງແຜນ ແລະ ພັດທະນາຕົວເມືອງໃໝ່ໃນເນື້ອທີ່ກະສິກຳເປັນສ່ວນໃຫຍ່ ໂດຍເລືອກເອົາວິທີການປູກຝັງສີຂຽວ.
ອີງໃສ່ແນວຄວາມຄິດຂອງການຈັດສັນທີ່ດິນ, ເຊິ່ງເຈົ້າຂອງທີ່ດິນປະກອບ ສ່ວນທີ່ດິນຂອງເຂົາເຈົ້າເພື່ອແລກປ່ຽນກັບດິນຕອນຂະໜາດນ້ອຍ ແຕ່ໄດ້ຮັບການພັດທະນາແລ້ວໃນອະນາຄົດ, ລັດຖະບານໄດ້ນໍາສະເໜີລະບົບການຈັດສັນທີ່ດິນ (LPS) ມາໃຫ້ໃຊ້. ລະບົບນີ້ມີຈຸດປະສົງເພື່ອເອົາຊະນະສິ່ງທ້າທາຍທີ່ກ່ຽວຂ້ອງກັບວິທີການລວບລວມທີ່ດິນແບບດັ້ງເດີມເຊັ່ນ: ການບັງຄັບຂັບໄລ່ ແລະ ການຊົດເຊີຍທີ່ຊັກຊ້າ. LPS ເລີ່ມຈັດຕັ້ງປະຕິບັດນັບແຕ່ເດືອນ ມັງກອນ ປີ 2015 ເປັນຕົ້ນໄປ, ໂດຍໄດ້ຕັ້ງເປົ້າໝາຍທີ່ຈະໄດ້ເອົາທີ່ດິນ 38,581 ເຮັກຕາ (156 ຕາລາງກິໂລແມັດ) ໃຫ້ແກ່ເມືອງຫຼວງໃໝ່ຂອງ ລັດ ອາມາຣາວາຕີ(Amaravati).
ວິທີການ
ພາຍໃຕ້ໂຄງການຈັດສັນທີ່ດິນ (LPS), ເຈົ້າຂອງທີ່ດິນຈະໄດ້ຮັບຜົນປະໂຫຍດຫຼາຍຢ່າງ ເພື່ອເປັນຕອບແທນການປະກອບສ່ວນທີ່ດິນຂອງເຂົາເຈົ້າລວມທັງ:
- ການໄດ້ຮັບທີ່ດິນຂອງຕົນ 50% ຄືນສູ່ເຂດທີ່ໄດ້ຮັບການພັດທະນາແລ້ວ, ຕາມອັດຕາສ່ວນຂອງທີ່ດິນທີ່ຕົນປະກອບສ່ວນ.
- ການຍົກເວັ້ນຄ່າທຳນຽມການພັດທະນາຕາມຂະໜາດ ແລະ ທີ່ຕັ້ງຂອງດິນທີ່ຖືກຈັດສັນ.
- ການປັບປຸງພື້ນຖານໂຄງລ່າງໃນໝູ່ບ້ານຂອງເຂົາເຈົ້າເຊັ່ນ: ຖະໜົນ, ນໍ້າປະປາ, ແລະ ການລະບາຍນໍ້າ.
- ສິ່ງອໍານວຍຄວາມສະດວກທາງດ້ານສັງຄົມເຊັ່ນ: ໂຮງຮຽນ, ໂຮງຫມໍ ແລະ ສວນສາທາລະນະ.
ເນື້ອທີ່ຈັດສັນ 26 ແຫ່ງຂອງດິນແຕ່ລະຕອນ, ແບ່ງຕາມຂອບເຂດໝູ່ບ້ານ, ມີລັກສະນະກຳນົດຂະໜາດຕອນດິນຄົງທີ່. ພື້ນທີ່ດິນຂະໜາດໃຫຍ່ແມ່ນໄດ້ກຳນົດໄວ້ສຳລັບຖະໜົນທີ່ກວ້າງກວ່າ, ໃນຂະນະທີ່ດິນຕອນນ້ອຍແມ່ນໄດ້ກຳນົດໄວ້ສຳລັບຖະໜົນທີ່ແຄບກວ່າ. ທັງດິນຂະໜາດໃຫຍ່ ແລະ ຂະໜາດນ້ອຍມີຫຼາກຫຼາຍຂະໜາດ, ສະໜອງໃຫ້ເຈົ້າຂອງທີ່ດິນມີຫຼາຍທາງເລືອກໃນການເລືອກຕາມເນື້ອທີ່ສິດທັງໝົດຂອງເຂົາເຈົ້າ. ຍົກຕົວຢ່າງເຊັ່ນ: ເຈົ້າຂອງທີ່ດິນສາມາດແບ່ງທີ່ດິນຂອງເຂົາເຈົ້າອອກເປັນຕອນດິນຂະຫນາດໃຫຍ່ໜຶ່ງຕອນ ແລະ ຂະໜາດນ້ອຍຫຼາຍຕອນ ຫຼື ເລືອກເອົາການຈັດສັນຮ່ວມກັນໂດຍການສົມທົບກັບທີ່ດິນຂອງເຂົາເຈົ້າກັບຄົນອື່ນໆ. ລຳດັບຂອງການເລືອກທີ່ດິນພາຍໃນແຕ່ລະພື້ນທີ່ລວມທີ່ດິນແຕ່ລະບ່ອນແມ່ນໄດ້ກໍານົດໂດຍຜ່ານລະບົບການຈັບສະຫຼາກ ລະຫວ່າງເຈົ້າຂອງທີ່ດິນ. ເຈົ້າຂອງທີ່ດິນທຸກຄົນໄດ້ຮັບໃບຢັ້ງຢືນການເປັນເຈົ້າຂອງທີ່ດິນຮ່ວມກັນທີ່ມີສິດໃນການຂາຍອອກ, ການຍົກເວັ້ນຄ່າຄ່າທຳນຽມລົງທະບຽນ ແລະ ສິດໄດ້ຮັບເງິນທຶນ.
ສະບັບເບື້ອງຕົ້ນຂອງໂຄງການນີ້ໄດ້ຖືກເຜີຍແຜ່ຢ່າງກວ້າງຂວາງສໍາລັບການທົບທວນຄືນ ແລະ ຄໍາຕິຊົມຂອງປະຊາຊົນໂດຍມີໄລຍະເວລາ 30 ວັນສໍາລັບຄໍາຄິດເຫັນ ແລະ ການຄັດຄ້ານ. ເຈົ້າໜ້າທີ່ພາກລັດໄດ້ລົງໄປຢ້ຽມຢາມໝູ່ບ້ານເພື່ອປຶກສາຫາລືເລື່ອງທີ່ຢູ່ອາໄສໃນດ້ານຕ່າງໆ ເຊັ່ນ: ການອອກແບບຕອນດິນ, ຂະໜາດ ແລະ ທີ່ຕັ້ງສຳລັບດິນທີ່ໄດ້ຮັບຄືນ. ເຈົ້າຂອງທີ່ດິນສາມາດທົບທວນແຜນການແບ່ງເຂດໝູ່ບ້ານຂອງເຂົາເຈົ້າ ແລະ ມີສ່ວນຮ່ວມໂດຍກົງກັບເຈົ້າໜ້າທີ່ເພື່ອແກ້ໄຂຂໍ້ຂ້ອງໃຈຂອງເຂົາເຈົ້າ.
ບັນດາເຈົ້າໜ້າທີ່ທາງພາກລັດຖະບານໄດ້ໃຫ້ຄວາມສຳຄັນກັບຄຳຄິດເຫັນຢ່າງຈິງຈັງ, ໂດຍນຳເອົາຂໍ້ສະເໜີແນະເຂົ້າໃນແຜນການປັບປຸງໃໝ່. ຕົວຢ່າງເຊັ່ນ: ຊາວກະສິກອນໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຈັດວາງດິນຈັດສັນຄືນໃໝ່ຢູ່ໃກ້ກັບໝູ່ບ້ານທີ່ມີຢູ່ແລ້ວ.
ຜົນໄດ້ຮັບ
ໂຄງການດັ່ງກ່າວນີ້ໄດ້ເລີ່ມຕົ້ນໃນປີ 2015 ໂດຍມີຂະບວນການປຶກສາຫາລືຢ່າງເຂັ້ມງວດໂດຍສ່ວນໃຫຍ່ກັບຊາວກະສິກອນໃນຂອບເຂດພື້ນທີ່ວາງແຜນ 24 ໝູ່ບ້ານ. ໃນເວລາພຽງ 60 ວັນ, ລັດຖະບານໄດ້ຮັບຄວາມເຫັນດີເຫັນພ້ອມຈາກຊາວກະສິກອນ 25.000 ຄົນໃນ 22 ໝູ່ບ້ານຈາກ 24 ໝູ່ບ້ານເພື່ອປະກອບສ່ວນສ້າງເນື້ອທີ່ດິນໃຫ້ເມືອງໃໝ່ ເນື້ອທີ່ 30.000 ເຮັກຕາ.
LPS ຂອງລັດ ເອັນດຣາ ປຣາເດສ (Andhra Pradesh) ໄດ້ຮັບການຍົກຍ້ອງຈາກນັກວາງຜັງເມືອງ ແລະ ຜູ້ວາງນະໂຍບາຍໃນທົ່ວປະເທດສຳລັບວິທີການປະດິດສ້າງໃນການຫາ ແລະ ພັດທະນາທີ່ດິນ. ມັນໄດ້ສະແດງໃຫ້ເຫັນວ່າມີຄວາມເປັນໄປໄດ້ທີ່ຈະພັດທະນາໂຄງການຂະຫນາດໃຫຍ່ໂດຍບໍ່ມີການບັງຄັບ ຫຼື ເຮັດໃຫ້ເຈົ້າຂອງທີ່ດິນຕ້ອງຍ້າຍອອກ.
ການຮຽນຮູ້
ຂອບເຂດກົດໝາຍທີ່ຊັດເຈນ.
ໂຄງປະກອບສະຖາບັນທີ່ຮອບດ້ານ ແລະ ສຸມໃສ່ໄດ້ຖືກສ້າງຂື້ນໃນເດືອນທັນວາ 2014 ເພື່ອວາງແຜນ ແລະ ປະຕິບັດຕາມນະໂຍບາຍໃໝ່. ຮູບແບບການໂຮມເອົາທີ່ດິນຕ່າງໆທີ່ປະຕິບັດຢູ່ໃນອິນເດຍໄດ້ຮັບການທົບທວນ ແລະ ສຶກສາ ລວມທັງລັດ ກຸຈະຣາດ (Gujarat), ລັດ ຈັດຕິສກາບ (Chhattisgarh), ລັດໂອຮາລີ (Mohali) (Punjab) ແລະ ລັດ ມະຫາຣາສຕຣາ (Maharashtra) ເພື່ອພັດທະນາກອບກົດຫມາຍທີ່ປະກອບມີການແກ້ໄຂຂໍ້ຂັດແຍ່ງທີ່ຊັດເຈນ ແລະ ກົນໄກການຈັດສັນທີ່ດິນຄືນໃໝ່. ນີ້ແມ່ນມີປະສິດທິຜົນທີ່ຢ່າງຍິ່ງເພື່ອໃຫ້ແນ່ໃຈວ່ານະໂຍບາຍດັ່ງກ່າວໄດ້ຮັບການປະກາດ ແລະ ດຳເນີນການປະຕິບັດຕາມຢ່າງບໍ່ຢຸດຢັ້ງ.
ຮັບປະກັນການມີສ່ວນຮ່ວມຂອງພົນລະເມືອງ.
ການຈັດສັນທີ່ດິນຮຽກຮ້ອງໃຫ້ມີການຮ່ວມມື ແລະ ການອະນຸມັດຂອງພົນລະເມືອງຈໍານວນຫລາຍ, ເຮັດໃຫ້ມັນມີຄວາມຈໍາເປັນທີ່ລັດຖະບານ ຈະມີສ່ວນຮ່ວມໃນຂະບວນການວາງແຜນ. ອະນຸກໍາມະການໂຄງການໄດ້ລົງຢ້ຽມຢາມພື້ນທີ່, ໃຫ້ຄຳປຶກສາຫາລື ແລະ ຊອກຫາຂໍ້ມູນຈາກຊາວກະສິກອນໃນພື້ນທີ່ກໍານົດເພື່ອລະບຸກອບນະໂຍບາຍທີ່ຈະແກ້ໄຂກັບຄວາມກັງວົນຂອງເຂົາເຈົ້າ. ຂະບວນການປຶກສາຫາລືໄດ້ຖືກອອກແບບມາຢ່າງດີເພື່ອແກ້ໄຂກັບຄວາມກັງວົນຂອງເຈົ້າຂອງທີ່ດິນຢ່າງຮອບດ້ານ ແລະ ຄວບຄຸມໂດຍລວມ. ນອກຈາກນັ້ນ, ການເປີດເຜີຍເອກະສານ ແລະ ແຈ້ງການທາງສາທາລະນະ ຍັງລວມຢູ່ໃນຂະບວນການໃນຂັ້ນຕອນຕ່າງໆ.
ການແກ້ໄຂສະຖານະການບໍ່ມີການຕົກລົງ.
ເນື່ອງຈາກວ່າໂຄງການຈັດສັນທີ່ດິນແມ່ນເປັນໄປຕາມຄວາມສະໝັກໃຈ, ສະຖານະການ ສາມາດເກີດຂື້ນໄດ້ເຖິງແມ່ນວ່າຈະມີຄວາມພະຍາຍາມເພື່ອໃຫ້ເກີດຄວາມເປັນທໍາ, ແຕ່ປະຊາຊົນອາດຈະເລືອກທີ່ຈະບໍ່ເຂົ້າຮ່ວມ. ນີ້ເປັນສິ່ງຈໍາເປັນທີ່ຜູ້ສ້າງນະໂຍບາຍຈຳເປັນຕ້ອງຮັກສາແຜນການສຸກເສີນໄວ້. ຈາກຈຳນວນ 26 ບ້ານທີ່ກ່ຽວຂ້ອງກັບເມືອງ ເອັນດຣາ (Andhra), ສອງໝູ່ບ້ານໄດ້ເລືອກເອົາແຜນການໃນໂຄງການຈັດສັນທີ່ດິນ. ທາງເລືອກໜຶ່ງ, ລັດຖະບານຂອງລັດ ໄດ້ສະເໜີຄ່າຊົດເຊີຍພາຍໃຕ້ສິດທິໃນການຊົດເຊີຍທີ່ຍຸດຕິທຳ ແລະ ມີຄວາມໂປ່ງໃສໃນການຄຸ້ມຄອງທີ່ດິນ, ການຟື້ນຟູ ແລະ ການຕັ້ງຖິ່ນຖານໃໝ່ (2013). ຊາວບ້ານໄດ້ໂຕ້ແຍ້ງວ່າ LPS ບໍ່ໄດ້ໃຫ້ຄ່າຊົດເຊີຍທີ່ຍຸດຕິທຳ ແລະ ຕໍານິຕິຕຽນຕາມອັດຕາທີ່ກຳໜົດຕາມລຳພັງໃຈ. ຫຼັງຈາກນັ້ນ, ໃນເດືອນກຸມພາ 2020, ລັດຖະບານຂອງລັດ ໄດ້ແຍກໝູ່ບ້ານທັງສອງນີ້ອອກຈາກເຂດຕົວເມືອງ ເອັນມາຣາວາຕີ (Amaravati) ແລະ ລວມພວກເຂົາເຂົ້າກັບເທດສະບານທີ່ໃກ້ຄຽງ.
ແຫຼ່ງຂໍ້ມູນ/ຂໍ້ມູນຂ່າວສານເພີ່ມເຕີມ
- ອົງການພັດທະນາເຂດນະຄອນຫຼວງ ເອັນດຣາ ປຣາເດັສ (Andhra Pradesh) (2018). ການຈັດສັນທີ່ດິນສໍາລັບການພັດທະນາໃນ ນະຄອນຫຼວງ ເອັນດຣາ ປຣາເດັສ (Andhra Pradesh). ສາມາດເຂົ້າເບິ່ງຂໍ້ມູນໄດ້ທີ່: https://crda.ap.gov.in/crda_norifications/NOT07091749/01~Case%20Study%20on%20Land%20Pooling%20Scheme%20@%20Amaravati.pdf#:~:text=As%20the%20largest%20exercise%20of%20its%20kind%20in,33%2C700%20acres%20have%20been%20consolidated%20through%20the%20scheme.
- ວາລະສານສາກົນຂອງການຄົ້ນຄວ້າວິສະວະກໍາ ແລະ ເຕັກໂນໂລຢີ (IJERT) (2022). ການປະຕິບັດການຈັດສັນທີ່ດິນໃນ ປະເທດອິນເດຍ – ກໍລະນີສຶກສາຂອງ ລັດ ອາມາວາຕີ (Amaravati) ແລະ ລັດ ມາກາປາຕາ (Magarpatta). ສາມາດເຂົ້າເບິ່ງຂໍ້ມູນໄດ້ທີ່:: https://www.ijert.org/land-pooling-practices-in-india-a-case-study-of-amaravathi-and-magarpatta
- ທະນາຄານພັດທະນາອາຊີ (2022). ການຈັດສັນທີ່ດິນໃນອາຊີໃຕ້. ສາມາດເຂົ້າເບິ່ງຂໍ້ມູນໄດ້ທີ່: https://www.adb.org/sites/default/files/publication/767671/sawp-088-land-pooling-south-asia-lessons-learned.pdf